ພິທີປະກາດສ້າງຕັ້ງ ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ
ພິທີໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 3 ຕຸລາ 2024 ນີ້ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງໄຊສົມບູນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ. ມີບັນດາ ສະຫາຍ ເລຂາ, ຮອງເລຂາໜ່ວຍພັກຈາກພະແນກການ, ອົງການຈັດຕັ້ງລັດ ຂັ້ນແຂວງ ພ້ອມດ້ວຍສະມາຊິກພັກພາຍໃນຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່…