ສະຫາຍ ສົມສະຫວັນ ຄຳມັງໄຊ ໄດ້ຮັບເລືອກຕັ້ງເປັນປະທານໜ່ວຍກຳມະບານຮາກຖານ ຂອງໜ່ວຍກຳມະບານ ຮາກຖານ ກົມຄຸ້ມຄອງບໍ່ແຮ່ ຄົນໃໝ່
ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍກຳມະບານຮາກຖານກົມຄຸ້ມຄອງບໍ່ແຮ່ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າວັນທີ 19 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫ່ຍ ຊັ້ນ 5, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ວິນນະສອນ ພົມມະສຸກ ຮອງປະທານໜ່ວຍກຳມະບານຮາກຖານກົມຄຸ້ມຄອງບໍ່ແຮ່. ໃຫ້ກຽດເຂົ້າຮ່ວມຂອງ ຂອງສະຫາຍ ປອ ອະນຸສັກ ພົງສະຫວັດ ຮອງປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ບຸນຍົງ…