ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ລົງຕິດຕາມ, ຊຸກຍູ້ ວຽກງານການຄຸ້ມຄອງໂຄງການພັດທະນາແຮ່ທາດ ຢູ່ແຂວງໄຊສົມບູນ
ລະຫວ່າງວັນທີ 5-7 ທັນວາ 2023 ຜ່ານມາ, ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງງານ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດໂຄງການພັດທະນາບໍ່ແຮ່ ຢູ່ແຂວງໄຊສົມບູນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນ ພ້ອມດ້ວຍຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ…