ກອງປະຊຸມຄະນະກຳມະການການຊີ້ນໍາ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ຈັດຂຶ້ນຢູ່ແຂວງ ຫຼວງພະບາງ
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ເພື່ອບັນລຸໄດ້ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ, ລັດຖະບານ ຈະຮັບປະກັນວ່າຜົນກະທົບໃນທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ເກີດຈາກໂຄງການໄຟຟ້ານໍ້າຕົກຈະໄດ້ຮັບການເອົາ ໃຈໃສ່ຄວບຄຸມ;…