ແຂວງຈຳປາສັກ ມີໂຄງການໄຟຟ້າທີ່ໄດ້ຮັບອະນຸຍາດດຳເນີນການສຶກສາ-ສຳຫຼວດ, ພັດທະນາ ແລະ ສຳປະທານແລ້ວ 31 ໂຄງການ
ກອງປະຊຸມສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ ປະຈຳປີ 2021ແລະວາງທິດທາງແຜນການປີ 2022 ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 25 ມີນາ 2022 ນີ້, ຢູ່ຫ້ອງປະຊຸມລັດວິສະຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ແກ້ວ ສິລິສະຫວັດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ,…