ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝີງ ຈັດຊຸດຝຶກອົບຮົມບຸກຄະລາກອນວິທະຍາສາດ ແລະ ເຕັກໂນໂລຊີ ປະດິດສ້າງພະລັງງານສີຂຽວ
ໃນວັນທີ 24 ກຸມພາ 2022 ນີ້, ເພື່ອຈັດຕັ້ງປະຕິບັດ ຄວາມເຫັນດີເຫັນພ້ອມ ຂອງ ຝ່າຍຈີນ ທີ່ວ່າ ຈິນສະໜັບສະໜູນ ແລະ ຊ່ວຍບໍາລຸງສ້າງພອນສະຫວັນວິຊາການທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອປັບປຸງຍົກລະດັບຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີ ແລະ ສົ່ງເສີມການນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການພັດທະນາຂອງລາວ, ຮັບໃຊ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຍຸດທະສາດຂອງລາວວ່າ “ຫັນປ່ຽນປະເທດລາວຈາດປະເທດທີ່ບໍ່ມີທະເລໃຫ້ກາຍເປັນປະເທດທີ່ມີການເຊື່ອມໂຍງເຂົ້າກັນ ”, ອີງໃສ່ໂຄງການການຮ່ວມມືສາກົນຫົວຂໍ້ສະເພາະຂອງແຂວງຢຸນນານ, ໂດຍໃຫ້ມະຫາວິທະຍາໄລ ວິທະຍາສາດ…