ປະທານ ສຸພານຸວົງ ຍືນຍົງໃນພາລະກິດປະຕິວັດ ແລະ ດວງໃຈຂອງປະຊາຊົນລາວຕະຫຼອດໄປ (ເນື່ອງໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ຄົບຮອບ 114 ປີ, ວັນທີ 13 ກໍລະກົດ 1909-13 ກໍລະກົດ 2023)
ມື້ນີ້, ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ມີຄວາມປິຕິຊົມຊື່ນ ພ້ອມກັນລະນຶກວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ, ອະດີດປະທານສະພາປະຊາຊົນສູງສຸດ, ອະດີດປະທານສູນກາງແນວລາວສ້າງຊາດ, ຜູ້ນໍາທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກຂອງພວກເຮົາທີ່ໄດ້ວຽນມາບັນຈົບຄົບຮອບ 114 ປີ ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909…