ກົມຄຸ້ມຄອງບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຄຳມ່ວນ ເຜີຍແຜ່ເນື້ອໃນສັນຍາສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕງ ແຮ່ເກືອໂປຣຕາດ
ກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ໝັ່ນຍືນ ຄິນສະໝອນ ຫົວໜ້າຫ້ອງວ່າການປົກຄອງແຂວງຄໍາມ່ວນ, ທ່ານ ນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ແລະ ທ່ານ ສຸລິນ ພົມມະໄຊ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ. ມີບັນດາ…