ຈະເລີ່ມຕົ້ນສໍາຫຼວດການຜະລິດໄຮໂດຼເຈນ ແລະ ອາໂມເນຍສີຂຽວ ຢູ່ ສປປລາວ
ໃນວັນທີ 15 ທັນວາ 2022 ນີ້, ຢູ່ໂຮງແຮມແລນມາກ ກົມສົ່ງເສີມແລະປະຢັດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມດ້ວຍ ອົງການຮ່ວມມືດ້ານໂຄງລ່າງ ລາວ-ອອສເຕຼເລຍ ແລະ ສະຖາບັນພັດທະາພາກພື້ນແມ່ນໍ້າຂອງ ໄດ້ຈັດກອງປະຊຸມລິເລີ່ມໂຄງການເພື່ອສໍາຫຼວດໂອກາດຂອງການຜະລິດໄຮໂດຼເຈນ ແລະ ອາໂມເນຍສີຂຽວ, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ…