ການຮ່ວມມືດ້ານພະລັງງານ ນິວເຄຼຍ ເພື່ອສັນຕິ
ໃນຕອນເຊົ້າ ວັນທີ 29 ເມສາ 2022 ທີ່ຜ່ານມາ, ໄດ້ຈັດກອງປະຊຸມ ສັງລວມຄວາມຄຶບໜ້າບັນດໜ້າວຽກກ່ຽວກັບການຮ່ວມມືດ້ານພະລັງງານ ນິວເຄຼຍ ເພື່ອສັນຕິ, ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ເເລະ ບໍ່ເເຮ່ ເເລະ ກົມສົ່ງເສີມ ແລະ ປະຢັດພະລັງງານ. ຈຸດປະສົງໃນກອງປະຊຸມຄັ້ງນີ້ເພື່ອສ້າງຄວາມອາດສາມາດດ້ານພະລັງງານນິວເຄຼຍ ລວມທັງການຄຸ້ມຄອງພະລັງງານນິວເຄຼຍ, ຄວາມປອດໄພດ້ານນິວເຄຼຍຂອງພົນລະເຮືອນ ແລະ ການກຽມຄວາມພ້ອມກັບພາວະສຸກເສີນ, ການສ້າງນະໂຍບາຍກ່ຽວກັບ ການສົ່ງເສີມທາງດ້ານບຸກຄະລາກອນ ຫຼື ວິຊາການ ໃຫ້ມີຄວາມຮູ້ກ່ຽວກັບ ພະລັງງານນິວເຄຼຍ; ສ້າງພື້ນຖານຄວາມຮູ້,…