ຄະນະກຳມະການຊີ້ນໍາຮ່ວມໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າອີມຸນ ແລະ ໂຄງການເຂື່ອນໄຟຟ້າຫ້ວຍລະແງ ດຳເນີນກອງປະຊຸມປະຈຳປີ 2022
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2022 ຢູ່ໂຮງແຮມຄຣາວພາຊ່າ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານຄະນະຊີ້ນຳຮ່ວມໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າອີມຸນ ແລະ ໂຄງການເຂື່ອນໄຟຟ້າຫ້ວຍລະແງ. ມີຄະນະກຳມະການ ແລະ ກອງເລຂາ ທີ່ມາຈາກບັນດາກະຊວງ, ສະພາແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ…