ຮ່າງຍຸດທະສາດການພັດທະນາແຮ່ທາດ 10ປີ 2021-2030 ແລະ ວິໄສທັດ ຮອດປີ2035 ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາແຫ່ງຊາດ ຊຸດ IX
ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາແຫ່ງຊາດ ຊຸດ IX, ໃນຕອນເຊົ້າວັນທີ 18 ກໍລະກົດ 2023 ເຊິ່ງເປັນມື້ສຸດທ້າຍຂອງກອງປະຊຸມ. ຜູ້ແທນກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍວາລະທີ່ສຳຄັນ ເຊິ່ງໄດ້ຜ່ານການພິຈາລະນາຢູ່ກອງປະຊຸມ ເຊິ່ງໜຶ່ງໃນນັ້ນແມ່ນ ການພິຈາລະນາຮັບຮອງເອົາ ຍຸດທະສາດການພັດທະນາແຮ່ທາດ 10ປີ 2021-2030 ແລະ ວິໄສທັດ ຮອດປີ2035. ຜ່ານການປະກອບຄໍາເຫັນຂອງຜູ້ແທນ ຢ່າງກົງໄປກົງມາ, ກອງປະຊຸມກໍ່ໄດ້ລົງມະຕິຮັບຮອງຢ່າງເປັນທາງການດ້ວຍຄະແນນສຽງເປັນສ່ວນຫຼາຍ ໃນນັ້ນ,…