ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ສະໜັບສະໜູນງົບປະມານສ້ອມແປງເສັ້ນທາງປູຢາງ ເຂື່ອນໄຟຟ້ານໍ້າຄານ 3
ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ຜ-ຟຟລ, ການພັດທະນາ ພື້ນຖານໂຄງລ່າງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປັບປຸງ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ). ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ເປົ້າໝາຍດັ່ງກ່າວ, ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ…