ລາວ-ອົດສະຕາລີ ຮ່ວມມືກັນສ້າງພະລັງງານທົດແທນເຂົ້າສູ່ການດໍາເນີນງານ ແລະ ກະຕຸ້ນການເຊື່ອມໂຍງແບບໃໝ່ ໃນ ສປປລາວ
ຂໍ້ມູນດັ່ງກ່າວໄດ້ຖືກຍົກຂຶ້ນໃນງານສຳມະນາ ເພື່ອສະເຫຼີມສະຫຼອງວັນພະລັງງານທົດແທນສາກົນ ເຊິ່ງຈັດຂຶ້ນໃນວັນທີ 20 ພຶດສະພາ 2024 ທີ່ຜ່ານມາຢູ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມກ່າງເປີດງານຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ, ມີຜູ້ຕາງໜ້າຈາກອົງການຮ່ວມມືສາກົນ ປະເທດອົດສະຕາລີ, ສະຖານທູດ ອົດສະຕາລີ ປະຈຳ ສປປລາວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ, ເອກະຊົນ…