ກະຊວງພະລັງງານ ແລະ ບໍ່ແຮ່ ປະກາດການຈັດຕັ້ງ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຫຼາຍຕຳແໜ່ງ

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 14 ກຸມພາ 2024 ຢູ່ສະໂມສອນໃຫຍ່ ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກ, ຄະນະພັກກະຊວງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.           ໃນພິທີ…

Continue Readingກະຊວງພະລັງງານ ແລະ ບໍ່ແຮ່ ປະກາດການຈັດຕັ້ງ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຫຼາຍຕຳແໜ່ງ

ຂະບວນການອອກແຮງງານລວມວັນເສົາແດງ ໃນຂອບເຂດໃຈກາງນະຄອນຫລວງວຽງຈັນ

          ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງພະລັງງານ ແລະ ບໍ່ແຮ່ ນຳພາໂດຍ ສະຫາຍ ມ້ອນ ເພັດພູໄທ ຮອງເລຂາຄະນະບໍຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ ພ້ອມດ້ວຍຊາວໜຸ່ມທີ່ມາຈາກຮາກຖານຕ່າງໆອ້ອມຂ້າງກະຊວງ ຈຳນວນ 98 ສະຫາຍ ເຂົ້າຮ່ວມຂະບວນການອອກແຮງງານລວມວັນເສົາແດງ ໃນຂອບເຂດໃຈກາງນະຄອນຫລວງວຽງຈັນ ໃນວັນທີ 10 ກຸມພາ 2024 ທີ່ຜ່ານມາ,​ ຮ່ວມກັບບັນດາ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວກະຊວງ,​ອົງການ ແລະ ນະຄອນຫລວງວຽງຈັນ.…

Continue Readingຂະບວນການອອກແຮງງານລວມວັນເສົາແດງ ໃນຂອບເຂດໃຈກາງນະຄອນຫລວງວຽງຈັນ

ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ກ່ຽວກັບ “ຄວາມຮູ້ພື້ນຖານດ້ານອຸທົກກະສາດ”

          ໃນລະຫວ່າງ ວັນທີ 05 - 08 ກຸມພາ 2024, ຢູ່ທີ່ ເມືອງວັງວຽງ, ແຂວງ ວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສະຫະກຳພະລັງງານ (ກປພ) ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຈັດຝຶກອົບຮົມ ວຽກງານຄວາມປອດໄພຂອງເຂື່ອນ (ຄວາມຮູ້ພື້ນຖານດ້ານອຸທົກກະສາດ), ໂດຍການເປັນປະທານຂອງ ທ່ານ ບົວເທບ ມາໄລຄໍາ, ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ…

Continue Readingສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ກ່ຽວກັບ “ຄວາມຮູ້ພື້ນຖານດ້ານອຸທົກກະສາດ”

ທ່ານ ລັດຖະມົນຕີ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ເຂົ້າຢ້ຽມຂໍ່ານັບ

          ຕອນເຊົ້າວັນທີ 12 ກຸມພາ 2024 ນີ້, ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ໄດ້ມີພິທີພົບປະ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ Megan Jones ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັ້ມແຫ່ງ ອົດສະຕຣາລີ ຄົນໃໝ່ປະຈໍາ ສປປ…

Continue Readingທ່ານ ລັດຖະມົນຕີ ຕ້ອນຮັບ ເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ເຂົ້າຢ້ຽມຂໍ່ານັບ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ

          ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ) ໄດ້ໄຂຂື້ນ, ໃນຕອນບ່າຍ ຂອງວັນທີ: 09 ກຸມພາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 6 ຂອງກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍການເປັນປະທານ ຂອງ ສະຫາຍ ນາງ ຄໍາຄູນ ປານປັນຍາ…

Continue Readingກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ

ກົມກວດກາ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດ PYL SOEL CO., LTD

           ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ທີ່ໄດ້ຮັບການອຸປະຖຳຈາກ ບໍລິສັດ PYL SOEL CO., LTD ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 8 ກຸມພາ 2024 ນີ້ ຢູ່ກົມກວດກາ, ກະຊວງພະລັງງານ ແລະ ບໍ່ແຮ່ (ຊັ້ນ4), ໃຫ້ກຽດມອບຂອງ ທ່ານ ປັນຍາລິດ ພູມີວົງ ປະທານ ບໍລິສັດ PYL SOEL…

Continue Readingກົມກວດກາ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດ PYL SOEL CO., LTD

ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມໂຮງງານປຸງແຕງແຮ່ທາດຢູ່ ໃນນະຄອນຫຼວງວຽງຈັນ

          ໃນວັນທີ 6 ກຸມພາ 2024 ຜ່ານມານີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະຄະນະນຳ ແລະ ກຳມະກອນ ຂອງບັນດາໂຮງງານປຸງແຕງແຮ່ທາດຢູ່ ນະຄອນຫຼວງວຽງຈັນ, ໂດຍສະເພາະແມ່ນຢູ່ບັນດາເຂດນິຄົມອຸດສາຫະກຳ ນະຄອນຫຼວງວຽງຈັນ. ຢູ່ແຕ່ລະບ່ອນນັ້ນ ທ່ານ ລັດຖະມົນຕີ…

Continue Readingທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມໂຮງງານປຸງແຕງແຮ່ທາດຢູ່ ໃນນະຄອນຫຼວງວຽງຈັນ

ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ (ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດ ຄົບຮອບ 100 ປີ ວັນທີ 8 ກຸມພາ 1924 – 8 ກຸມພາ 2024)

          ປະທານ ຄໍາໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ກໍາເນີດໃນຄອບຄົວຊາວນາທີ່ທຸກຍາກ ໂດຍໄດ້ຮັບການອົບຮົມ, ບົ່ມສອນ ແລະ ຮຽນຮູ້ຫຼາຍສິ່ງຫຼາຍຢ່າງທີ່ເປັນປະໂຫຍດຈາກພໍ່ເຖົ້າມະຫາແກ້ວ, ເປັນຕົ້ນໄດ້ປູກຝັງແນວຄິດຮັກຊາດ ກໍ່ຄືມູນເຊື້ອຕໍ່ສູ້ເດັດດ່ຽວ, ບໍ່ຍອມຈຳນົນຂອງປະຊາຊົນລາວບັນດາເຜົ່າ ຕ້ານພວກສັກດີນາລ່າເມືອງຂຶ້ນຜູ້ຮຸກຮານ ໂດຍສະເພາະຢ່າງຍິ່ງເມື່ອເຕີບໃຫຍ່ ປະທານ ຄຳໄຕ ສີພັນດອນ ໄດ້ເຫັນແຈ້ງເຖິງສະຖານະອັນຕໍ່າຕ້ອຍຂອງຄົນລາວໃນເວລານັ້ນ, ເຫັນແຈ້ງເຖິງການສູນເສຍອຳນາດອະທິປະໄຕຂອງຊາດ, ປະຊາຊົນລາວບັນດາເຜົ່າ ຕົກເປັນຂ້ອຍຂ້າຂອງພວກຈັກກະພັດລ່າເມືອງຂຶ້ນ, ສົມທົບກັບຜົນສະທ້ອນຈາກຂະບວນການຕໍ່ຕ້ານຂອງປະຊາຊົນລາວ…

Continue Readingປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ (ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດ ຄົບຮອບ 100 ປີ ວັນທີ 8 ກຸມພາ 1924 – 8 ກຸມພາ 2024)

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຮາກຖານ ຊປປລ ກົມຈັດຕັ້ງ ແລະ ພະນັກງານ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

          ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຮາກຖານ ຊປປລ ກົມຈັດຕັ້ງ ແລະ ພະນັກງານ (ກຈພ) ໄດ້ໄຂຂຶ້ນ,ໃນຕອນບ່າຍ ຂອງວັນທີ: 5 ກຸມພາ 2024 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານ ຂອງ ສະຫາຍ ນາງ ໂສພາ ສໍພາບມີໄຊ ຄະນະບໍລິຫານງານ ຊປປລ…

Continue Readingກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍຮາກຖານ ຊປປລ ກົມຈັດຕັ້ງ ແລະ ພະນັກງານ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບການປະຕິຮູບດ້ານພະລັງງານ ທີ່ປະເທດ ຕວກກີ

          ລະຫວ່າງວັນທີ 5-9 ກຸມພາ 2024 ນີ້, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າປະຕິຮູບ ລັດວິສາຫະກິດໄຟຟ້າລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານປະຕູຮູບຂະແໜງພະລັງງານ ກັບ…

Continue Readingທ່ານ ຮອງລັດຖະມົນຕີ ເຂົ້າຮ່ວມທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບການປະຕິຮູບດ້ານພະລັງງານ ທີ່ປະເທດ ຕວກກີ