ທ່ານ ປອ ໄຊພອນ ບຸນຊູ ໄດ້ຮັບການແຕ່ງຕັ້ງເປັນວ່າການແທນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ຄົນໃໝ່
ພິທີມອບ-ຮັບໜ້າທີ່ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2024 ນີ້. ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໆໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພະແນກລັງງານ ແລະ ບໍ່ແຮ່ແຂວງ…