ສະຫະພັນແມ່ຍິງກະຊວງ ຈັດຂະບວນການແຂ່ງຂັນຂຽນບົດແຜນໂຄງການ ແມ່ຍິງກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດຕິດພັນກັບ 2 ວາລະແຫ່ງຊາດ
ພາຍຫຼັງຂະບວນການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ມີນາ 2024 ເປັນຕົ້ນມາ. ມາຮອດມື້ນີ້ວັນທີ 2 ສິງຫາ 2024 ກໍ່ໄດ້ຈັດການແຂ່ງຂັນຮອບສຸດທ້າຍ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດຖືຮຸ້ນລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ຈັນທະບູນ ສຸກອາລຸນ ຄະນະພັກກະຊວງ, ຮອງລັດຖະມົນຕີ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນກະຊວງ. ມີປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ພ້ອມດ້ວຍເອື້ອຍນ້ອງແມ່ຍິງອ້ອມຂ້າງກະຊວງເຂົ້າຮ່ວມ. ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ໄດ້ລາຍງານຕໍ່ກອງປະຊຸມວ່າ:…