ລັດຖະບານ ອະນຸຍາດໃຫ້ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ສຳຫຼວດ, ຊອກຄົ້ນ ແລະ ປຸງແຕງ ແຮ່ທາດຫາຍາກ
ວັນທີ 6 ກັນຍາ 2022 ຜ່ານມານີ້, ຢູ່ໂຮງແຮມຄຣາວພຣາຊາ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາຊອກຄົ້ນ-ສຳຫຼວດ ແຮ່ທາດຫາຍາກ ລະຫວ່າງ ລັດຖະບານ ສປປ ລາວ ກັບ ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ. ຕາງໜ້າ ລັດຖະບານ ລົງນາມໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ…