ສືບຕໍ່ຍູ້ແຮງ ຂະບວນການ 4 ບຸກ ໃຫ້ແຂງແຮງຟົດຟື້ນ ແລະ ກ້າວເຂົ້າສູ່ລວງເລິກ
ຖັນແຖວຊາວໜຸ່ມ ແລະ ໄວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ໄດ້ພ້ອມກັບຊາວໜຸ່ມ ແລະ ໄວໜຸ່ມໃນທົ່ວປະເທດ ຈັດຕັ້ງສະເຫຼີມສະຫຼອງເພື່ອລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວທີ່ໄດ້ວຽນມາບັນຈົບຄົບຮອບ 67 ປີພໍດີ (14/4/1955-14/4/ 2022) . ກ່ອນໜ້ານີ້ 67 ປີຄື ໃນວັນທີ 14 ເມສາ 1955, ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການ ແຫ່ງພາລະກິດຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນລາວບັນດາເຜົ່າ ທີ່ພວມດຳເນີນໄປຢ່າງຟົດເດືອດ, ກວ້າງຂວາງ ແລະພວມເປັນກະແສສູງ, ພັກເຮົາໄດ້ຕົກລົງສ້າງຕັ້ງຄະນະຊາວໜຸ່ມປະຕິວັດຂື້ນຢ່າງເປັນທາງການຢູ່ເຂດປົດປ່ອຍ…