ກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ
ຕອນເຊົ້າວັນທີ 19 ມັງກອນ 2022 ນີ້, ກົມນິຕິກໍາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ໃນຮູບແບບກອງປະຊຸມເຊິ່ງໜ້າ ແລະ ກອງປະຊຸມທາງໄກ ຢູ່ຫ້ອງປະຊຸມ102 ກະຊວງ ພະລັງງານ ແລະ ບໍ່ແຮ່, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່, ສະມາຊິກສະພາແຫ່ງຊາດຊຸດທີ IX ເຂດເລືອກຕັ້ງທີ VI ແຂວງຫຼວງພະບາງ,…