ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນການສຶກສາລະດັບປະລິນຍາຕີ ໃຫ້ນັກສຶກສາ 3 ເມືອງ ຂອງແຂວງໄຊຍະບູລີ
ໃນທ້າຍອາທິດຜ່ານມານີ້, ພະແນກຊັບພະຍາກອນມະນຸດ ຝ່າຍບໍລິການ ຂອງ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີມອບທຶນການສຶກສາໂຄງການ Local Scholarship Student Program (LSSP) ປະຈໍາປີ 2022 ໃນລະດັບປະລິນຍາຕີ ໃຫ້ກັບນັກສຶກສາໃນເຂດເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ລວມທັງໝົດ ຈໍານວນ 5 ທຶນ…