ທ່ານ ຫົວໜ້າກົມ ຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ເຂົ້າຮ່ວມກອງປະຊຸມ ການເຜີຍແຜ່ການແຈ້ງເຕືອນລ່ວງໜ້າ ການປ່ອຍນໍ້າໃນຊ່ວງລະດູຝົນ ຂອງໂຄງການ ເທີນ-ຫີນບູນ
ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2023 ທີ່ຜ່ານມາ, ທ່ານ ບົວເທບ ມາໄລຄຳ ຫົວໜ້າ ກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ໄດ້ເດີນທາງ ເຂົ້າຮ່ວມ ເປັນປະທານຮ່ວມກອງປະຊຸມ ຮ່ວມກັບ ທ່ານ ຄຳແຫວນ ປັນຍານວົງ ຮອງເຈົ້າແຂວງ ບໍລິຄຳໄຊ ກ່ຽວກັບ ການເຜີຍແຜ່ການແຈ້ງເຕືອນລ່ວງໜ້າ ການປ່ອຍນໍ້າໃນຊ່ວງລະດູຝົນປະຈໍາປີ ຂອງໂຄງການເຂື່ອນໄຟຟ້າເທິນຫີນບູນ. …