ກອງປະຊຸມ ປຶກສາຫາລືລະດັບສູງ ແລະ ກອງປະຊຸມສຳມະນາພາກພື້ນອາຊຽນ ກ່ຽວກັບການຫັນໄປສູ່ພະລັງງານກາກບອນຕໍ່າ
ລະຫວ່າງວັນທີ 25-26 ກໍລະກົດ 2024 ນີ້, ຢູ່ນະຄອນຫຼວງວຽງຈັນ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງ ພ້ອມກັນນີ້ ກໍ່ພ້ອມກັນແລກປ່ຽນບົດຮຽນກ່ຽວກັບການພັດທະນາພະລັງງານຢູ່ໃນພາກພື້ນທີ່ເປັນມິດກັບສິ່ງແວດລ້ອມ ຫຼື ພະລັງງານທີ່ມີກາກບອນຕໍ່າ ໂດຍແມ່ນກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນ. ກອງປະຊຸມຄັ້ງນີ້, ໄດ້ຮັບກຽດກ່າວເປີດກອງປະຊຸມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງກະຊວງພະລັງງານ ແລະ ບໍ່ແຮ່. ມີຜູ້ແທນຈາກ 10 ປະເທດອາຊຽນ,…