ກອງປະຊຸມລະດົມແນວຄວາມຄິດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ X (2026-2030)
ກອງປະຊຸມໄດ້ຈັດຂຶ້ນເມື່ອທ້າຍເດືອນ ພະຈິກ 2024 ທີ່ຜ່ານມາ ໂດຍການເປັນປະທານຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳນະຄອນຫຼວງ/ແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. …