ເປີດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ວິຊາການຂະແໜງບໍ່ແຮ່ ແຂວງໄຊສົມບູນ
ພິທີເປີດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ວິຊາການຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ກ່ຽວກັບວຽກງານຄຸ້ມຄອງໂຄງການພັດທະນາບໍ່ແຮ່ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ກຸມພາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ຈັນທະລາ ແກ້ວຫາວົງ ວ່າການຫົວໜ້າກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ບຸນທຽມ ໄຊສົງຄາມ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ມີວິທະຍາກອນ ຈາກກົມຄຸ້ມຄອງບໍ່ແຮ່…