ທ່ານ ລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສຂອງບໍລິສັດ ຊີໂນໄຮໂດຣ ມາຍນິ້ງລາວ ຈໍາກັດ
ໃນຕອນບ່າຍວັນທີ 19 ກໍລະກົດ 2023 ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມໂຄງການຂຸດຄົ້ນແຮ່ເກືອໂປຕາສ ຂອງບໍລິສັດ ຊີໂນໄຮໂດຣ ມາຍນິ້ງ ລາວ ຈໍາກັດ ຢູ່ເຂດບ້ານ ທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເສີມຄຳ ທຸມມະວົງສາ…