ກອງປະຊຸມປຶກສາ ການຈັດຕັ້ງປະຕິບັດບົດບັນທຶກລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມກົມຄຸ້ມຄອງບໍ່ແຮ່ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່, ມີຜູ້ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ. ກອງປະຊຸມໄດ້ພ້ອມກັນປຶກສາຫລື ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກການແບ່ງຄວາມຮັບຜິດຊອບ ກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດ…