
ຄະນະພັກ, ຄະນະນຳກະຊວງ ພ້ອມດ້ວຍພະນັກງານ, ລັດຖະກອນ ແລະ ກຳມະກອນ ທົ່ວກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊື້ງ ຕໍ່ການຈາກໄປໂດຍບໍ່ມີວັນຈະຫວນກັບຄືນມາຂອງ ປະທານ ຄຳໄຕ ສີພັນດອນ ຜູ້ນຳຮຸ່ນທຳອິດຂອງການປະຕິວັດຊາດ ປະຊາທິປະໄຕ, ຍາດເອົາຄວາມເປັນເອກະລາດຈາກພວກລ່າເມືອງຟຣັ່ງ ແລະ ອາເມລິກາ ມາໃຫ້ປວງຊົນລາວທັງຊາດ ໄດ້ມີຄວາມເປັນເສລີພາບ, ເປັນເຈົ້າຂອງປະເທດຊາດມາເທົ່າທຸກວັນນີ້

ວັນທີ 8 ທັນວາ 2023 ນີ້,ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າວາງພວງມາລາ ເພື່ອສະແດງເຖິງຄວາມໄວ້ອາໄລ ຕໍ່ການຈາກໄປຂອງ ທ່ານ ນາງ ດອກໄມ້ ຈັນທາ ເຊິ່ງເປັນແມ່ຂອງ ທ່ານ ວຽງໄຊ ຈັນທາ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພຂອງເຂື່ອນທ່ານ ນາງ ດອກໄມ້ ຈັນທາ ໄດ້ເຖິງແກ່ມໍລະນະກຳຈາກພວກເຮົາໄປໂດຍບໍ່ມີວັນຈະຫວນກັບຄືນມາອີກ ໃນເວລາ 14:50 ໂມງ ຂອງວັນທີ 7 ທັນວາ 2023 ນີ້ ດ້ວຍໂລກສະລາ ລວມອາຍຸ 79 ປີ.

ວັນທີ 6 ທັນວາ 2023 ນີ້ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ເພື່ອຮັບຟັງ ແລະ ຕອບການຊັກຖາມຂອງ ສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນ.ພ້ອມກັນນີ້ ກໍ່ເພື່ອຮັບຊາບການລົງຄະແນນສຽງ ກ່ຽວກັບການຕິດຕາມ, ກວດກາ ການຂຸດຄົ້ນ ຫຼື ສຳປະທານແຮ່ທາດເກືອໂປຣຕັສ (ເກືອກາລີ) ຢູ່ນະຄອນຫຼວງວຽງຈັນ
